ຂ່າວສານ

ຂ່າວແລະກິດຈະກຳຕ່າງໆ

ສະຫະລັດອາເມລິກາສະໜັບສະໜູນໂຄງການໂພຊະນາການໂຮງຮຽນ ໄລຍະຫ້າປີ ຊຸດໃໝ່ ໃນ ສປປລາວ

ນະຄອນຫຼວງວຽງຈັນ ສປປ ລາວ – ໃນວັນທີ 4 ມິຖຸນາ 2018, ທ່ານ ຣີນາ ບິດເຕີ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ, ທ່ານ ບົວລານ ສິລິປັນຍາ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງຊາຣາ ກອກດອນ-ກິບຊັນ, ຜູ້ອຳນວຍການ ທັງເປັນຜູ້ຕາງໜ້າອົງການອາຫານໂລກ ປະຈຳ ສປປ ລາວ (WFP) ໄດ້ເປີດກິດຈະກໍາໂຄງການອາຫານສຳລັບໂຮງຮຽນ ຢ່າງເປັນທາງການ ໃນໄລຍະໃໝ່ເປັນເວລາ 5 ປີ ຂອງ ອົງການ (WFP) ທີ່ໄດ້ຮັບທຶນສະໜັບສະໜູນຈາກ ລັດຖະບານສະຫະລັດອາເມລິກາ.   ໂຄງການດັ່ງກ່າວນີ້ແມ່ນເພື່ອສຶບຕໍ່ຜົນສຳເລັດໃນໄລະຍະ 9ປີ ທີ່ພ່ານມາ ໂດຍການສະໜອງທຶນຈາກລັດຖະບານສະຫະລັດອາເມລິກາ ໃນການມອບຄາບອາຫານທ່ຽງໃຫ້ແກ່ນ້ອງນັກສຶກສາຈຳນວນ 140,000 ແລະ ຍັງເປັນການສ້າງຄວາມເຂັ້ມແຂງ ໃຫ້ແກ່ໂຄງການອາຫານສຳລັບໂຮຽຮຽນ ຂອງ ລັດຖະບານ ສປປ ລາວ. ກິດຈະກຳໂຄງການອາຫານສຳລັບໂຮງຮຽນນີ້ ແມ່ນໄດ້ຮັບທຶນຈາກໂຄງການສາກົນດ້ານການສະບຽງອາຫານເພື່ອການສຶກສາ ແລະ ...
ອ່ານເພີ່ມເຕີມ»

ຜູ້ສ້າງຮູບເງົາຈາກ ສະຫະລັດອາເມລິກາ ສົ່ງເສີມຜູ້ປະກອບການ ໃນ ສປປ ລາວ

ພຶດສະພາ 15, 2018, ນະຄອນຫຼວງວຽງຈັນ – ຜູ້ສ້າງຮູບເງົາຈາກ ສະຫະລັດອາເມລິກາໄດ້ມາຢ້ຽມຢາມ ສປປ ລາວ ໃນວັນທີ 11-16 ພຶດສະພາ ເພື່ອມາສາຍຮູບເງົາກ່ຽວກັບຜູ້ປະກອບການ ແລະ ຍັງໄດ້ປຶກສາຫາລືການສົ່ງເສີມທຸລະກິດຂະໜາດນ້ອຍ ໃນ ສປປ ລາວ. ທ່ານ ນາງ ຊີຣິວ ມີເລີ ຮາວເຊີ  ແມ່ນເປັນຜູ້ສ້າງ ແລະ ຜູ້ກຳກັບຮູບເງົາ ທີ່ມີຊື່ສຽງ ຈາກ ນີວຢອກ. ການມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ແມ່ນໄດ້ຮັບການສະໜັບສະໜູນ ຈາກ ກະຊວງການຕ່າງປະເທດ ເພື່ອມາສາຍຮູບເງົາ ສະຫະລັດອາເມລິກາ. ຮູບເງົາເລື້ອງລ່າສຸດທີ່ເພີ່ນໄດ້ສ້າງແມ່ນເລື້້ອງກ່ຽວກັບ ຮຸ້ນບຸກເບີດທຸລະກິດຮຸ້ນໃຫມ່ Generation Startup ທີ່ໄດ້ຖ່າຍທອດເລື້ອງລາວກ່ຽວກັບໄວໜຸ່ມຈຳນວນ 6 ຄົນ ແລະ ຄວາມທ້າທາຍທີ່ພວກເຂົາໄດ້ປະເຊີນໃນເວລາທີ່ກຳລັງເປີດທຸລະກິດໃໝ່ຢູ່ທີ່ ເມືອງ Detroit ຂອງລັດ  Michigan. ໃນໄລຍະເວລາທີ່ທ່ານຢູ່ ສປປ ລາວ, ທ່ານ ຮາວເຊີ  ...
ອ່ານເພີ່ມເຕີມ»

ຮອງຜູ້ບັນຊາການກອງທັບສະຫະລັດ ອາເມລິກາ ປະຈຳຂົງເຂດປາຊີຟິກ ຢ້ຽມຢາມ ສປປ ລາວ

ນະຄອນຫຼວງວຽງຈັນ, ສປປ ລາວ – ຄະນະຜູ້ແທນທະຫານຂັ້ນສູງ ຈາກສູນບັນຊາການ ກອງທັບສະຫະລັດອາເມລິກາ ປະຈຳຂົງເຂດປາຊີຟິກ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ນັບແຕ່ວັນທີ 10-11 ພຶດສະພາ 2018 ເພື່ອຮັດແໜ້ນຄວາມສາຍພົວພັນທາງທະຫານສອງຝ່າຍລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ ທີ່ກຳລັງເຕີບໃຫຍ່ຂະຫຍາຍຕົວ ແລະ ຢືນຢັນຄວາມໝາຍໝັ້ນຂອງສະຫະລັດອາເມລິກາ ທີ່ມີຕໍ່ພາກພື້ນ ອິນໂດ-ປາຊີຟິກ. ສູນບັນຊາການ ກອງທັບສະຫະລັດອາເມລິກາ ປະຈຳຂົງເຂດປາຊີຟິກ ແມ່ນ 1 ໃນ 6 ສູນບັນຊາການສູ້ຮົບ ຂອງກອງທັບສະຫະລັດ ອາເມລິກາ. ມີພື້ນທີ່ຮັບຜິດຊອບກວມເອົາເຄິ່ງໜຶ່ງຂອງໂລກ, ແລະ ລວມມີ 36 ປະເທດ ໃນພາກພື້ນອາຊີ ປາຊີຟິກ. ທ່ານ ພົນໂທ ໄບຣອັນ ພີ ເຟັນຕັນ, ຮອງຜູ້ບັນຊາການ ກອງທັບສະຫະລັດ ອາເມລິກາ ປະຈຳຂົງເຂດປາຊີຟິກ ໄດ້ພົບປະກັບຄູ່ຮ່ວມຕຳແໜ່ງຂອງທ່ານທີ່ກະຊວງປ້ອງກັນປະເທດ ແລະ ກະຊວງການຕ່າງປະເທດ. ການມາຢ້ຽມຢາມໃນຄັ້ງນີ້ແມ່ນເປັນຄັ້ງທຳອິດ ...
ອ່ານເພີ່ມເຕີມ»

ລັດຖະບານສະຫະລັດອາເມລິກາ ສະໜັບສະໜູນສ້າງຊ່ຽວຊານຂະ ແໜງສາທາລະນະສຸກ ໃນ ສປປ ລາວ

ນະຄອນຫຼວງວຽງຈັນ, ສປປ ລາວ – ບັນດາເຈົ້າຫນ້າທີ່ຈາກຂະແໜງສາທາລະນະສຸກຮຸ້ນທີ່ 9 ໄດ້ສຳເລັດຊຸດອົບຮົມລະບາດວິທະຍາພາກສະໜາມຊຶ່ງສະໜັບສະໜູນໂດຍ ລັດຖະບານສະຫະລັດອາເມລິກາ. ທ່ານ ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ເປັນກຽດມອບໃບຢັ້ງຢືນ ໃນພິທີມອບໃບຢັ້ງຢືນຈົບຫລັກສູດ ທີ່ຈັດຂື້ນໃນ ວັນທີ 30 ເມສາ 2018, ໂດຍການເຂົ້າຮ່ວມໂດຍ ທ່ານ ອຸປະທູດ ໄມໂຄ ຄລາຍ, ທ່ານ ດຣ. ຊິນ ຍົງຊູ ຫົວຫນ້າອົງການອານາໄມໂລກ ປະຈຳພາກພື້ນອາຊີປາຊິຟິກ ແລະ ຜູ້ຕາງຫນ້າ ອົງການອະນາໄມໂລກປະຈຳ ສປປ ລາວ, Dr Juliet Fleischl. ທ່ານອຸປະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ ໄມໂຄ ຄລາຍ ໄດ້ກ່າວວ່າ: ບັນດາຜູ້ຈົບຊຸດອົບຮົມລະບາດວິທະຍາພາກສະໜາມແມ່ນເປັນທີ່ຍອມຮັບຈາກເຈົ້າຫນ້າທີ່ອາວຸໂສຂອງຂະແໜງສາທາ ລວມທັງລະດັບຊາດ ແລະ ລະດັບແຂວງໃນດ້ານຄວາມສາມາດທາງດ້ານເຕັກນິກໃນການຕັດສິນໃຈຕາມກັບເຫດການທີ່ເກີດຂື້ນ. ລະບາດວິທະຍາພາກສະຫນາມ ຫຼື (FET) ໄດ້ຮັບການສ້າງຕັ້ງຂື້ນໃນປີ ...
ອ່ານເພີ່ມເຕີມ»

ຖະແຫລງການປີໃໝ່ລາວ

ຖະແຫລງການ ທ່ານ John J. Sullivan ວ່າການກະຊວງການຕ່າງປະເທດ ວໍຊິງຕັນ, ດີຊີ ເມສາ 11, 2018 ໃນນາມຕາງຫນ້າ ລັດຖະບານສະຫະລັດອາເມລິກາ, ຂ້າພະເຈົ້າຂໍອວຍພອນໄຊອັນປະເສີດມາຍັງ ປະຊາຊົນລາວບັນດາເຜົ່າທຸກທົ່ວຫນ້າເນື່ອງໃນໂອກາດວັນສະເຫຼີມສະຫຼອງ ປີໃໝ່ລາວ ໃນວັນທີ 14 ເມສານີ້. ການຮ່ວມມືແບບກວມລວມທັງສອງຝ່າຍຂອງພວກເຮົາໄດ້ສຶບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ເຊິ່ງ ໃນຫວ່າງບໍ່ດົນມານີ້ ທ່ານລັດຖະມົນຕີກະຊວງການຄ້າ ສະຫະລັດອາເມລິກາ  ແລະ ຄະນະຜູ້ແທນຂັ້ນສູງສາມທ່ານ ຈາກ ລັດຖະສະພາ ສ.ອາເມລິກາ ໄດ້ມາຢ້ຽມຢາມ ສປປ ລາວ. ສາຍພົວພັນອັນເຂັ້ມແຂງ ແລະ ການເຕີບໃຫຍ່ຂະຫຍາຍຕົວລະຫວ່າງປະຊາຊົນທັງສອງຊາດ, ແລະ ພວກເຮົາຍັງສືບຕໍ່ໃຫ້ການສະໜັບສະໜຸນເປົ້າໝາຍການພັດທະນາຂອງລັດຖະບານ ສປປ ລາວ, ໂດຍສະເພາະການຊ່ວຍເຫຼືອດ້ານວຽກງານການເກັບກູ້ລະເບີດບໍ່ທັນແຕກ ໄດ້ສະແດງໃຫ້ເຫັນເຖີງຄວາມໝາຍໝັ້ນຂອງພວກເຮົາຕໍ່ສາຍພົວພັນອັນຍືນຍົງ ແລະ ມີປະສິດທິຜົນ ກັບ ສປປ ລາວ. ຂ້າພະເຈົ້າຂໍອວຍພອນໄຊມາຍັງປະຊາຊົນລາວທຸກທົ່ວຫນ້າ ຈົ່ງມີແຕ່ຄວາມຜາສຸກ ແລະ ຄວາມມ່ວນຊື່ນ ໃນຊ່ວງປີໃໝ່ລາວນີ້.

No comments:

Post a Comment